How to read Lao
To read Lao Saysettha OT font should be installed to your PCs Click HERE to download, unzip it then copy to C:\Windows\Fonts. Reload your browser. If you use IE go to Tools -> Internet Options -> General-> Fonts -> Language script -> Lao, Webpage font: Saysettha OT -> Ok. This website is best view at 1152 x 864 screen resoluntion.
2009.png

ເນື່ອງໃນໂອກາດປີໃໝ່ທີ່ໄກ້ຈະມາເຖິງນີ້ ທາງທິມງານພວກເຮົາຂໍອວຍພອນໃຫ້ກັບສະມາຊິກ
ລາວສະບາຍດດອດຄອມ ແລະພ້ອມດ້ວຍພີ່ນ້ອງຊາວລາວເຮົາທຸກຄົນ ບໍ່ວ່າທ່ານຈະຢູ່ແຫ່ງຫົນໃດ
ໃນໂລກໃບນີ້ ຂໍໃຫ້ພວກທ່ານຈົງມີແຕ່ຄວາມສຸກ ຄວາມຈະເລີນ ສຸກຂະພາບແຂງແຮງ ຮັ່ງມີກັນທຸກຄົນ
ຈາກ ທິມງານ ລາວສະບາຍດອດຄອມ

Monday 22 December 2008
ນາງ ສາວອາພອນລາວ 08
Posted by ອ້ອມ on 22 Dec : 20:16 in ຂ່າວກ່ຽວກັບລາວ
laogirl2008.jpg ຫຼາຍທ່ານ ອາດຈະໄດ້ຕິດຕາມຂ່າວ ທາງລາຍການໂທລະທັດ ຈາກສະຖານີໂທລະທັດຂອງລາວມາແລ້ວ ວ່າແມ່ນໃຜໄດ້ຮັບກຽດເປັນນາງສາວງາມ ອາພອນລາວ ປະຈຳປີ 2008 ໃນປີນີ້ກໍ່ຄ້າຍກັບປີຜ່ານມາ ສາວງາມຈາກແດນໄຕ້ກໍ່ມາແຮງ ແຊງບັນດາສາວໆ ຈາກທຸກແຂວງຂື້ນມາເປັນອັນດັບໜື່ງ ຊື່ງທັງງາມແລະທັງເກັ່ງອີກດ້ວຍ ໝາຍເລກປະຈຳຕົວນາງສາວຄົນດັ່ງກ່າວແມ່ນ A10 ຊື່ ທິບພະວົງ ຂັນຕິສາລີ ຕົວແທນຈາກແຂວງຈຳປາສັກ ໄດ້ຮັບລາງວັນທີໜື່ງ ໄດ້ຮັບເງີນລາງວັນ 30 ລ້ານກີບ ພ້ອມດ້ວຍມຸງກຸດປະດັບເພັດອີກ ມູນຄ່າ 15 ລ້ານກີບ ສາຍສະພາຍແລະລາງວັນອື່ນໆ ອີກຫຼາຍລາງວັນ ສ່ວນຮອງອັນດັບໜື່ງໄດ້ແກ່ ໝາຍເລກ A9 ນາງສາວ ມະນີທິບ ຈຳປາສັກ ເປັນຕົວແທນຈາກແຂວງຈຳປາສັກເຊັ່ນກັນ ໄດ້ຮັບເງີນລາງວັນ 15 ລ້ານກີບ ສາຍສະພາຍແລະອີກຫຼາຍລາງວັນ ຮອງອັນດັບສອງໄດ້ແກ່ A2 ນາງສາວ ສະຫຼັກໃຈ ອຸດຕະນະລິດ ຕົວແທນຈາກນະຄອນຫຼວາງວຽງຈັນ


[ ອ່ານລາຍລະອຽດ... ]
ອອກຄວາມເຫັນ: 0
Go to page  [1] 2 3 ... 57 58 59
   
 
ລາວສະບາຍດອດຄອມ @ 2006 -2010 ບ່ອນທີ່ພົບຫຼາຍໆຢ່າງ
ຖະໜົນທ່າເດື່ອ ບ້ານທ່າພະລານໃຊ ໜ່ວຍ 01 ເຮື່ອນເລກທີ 005 ເມືອງສີສັດຕະນາກ ນະຄອນວຽງຈັນ
LaoSabai.com @ 2006-2010 Where you find many things
Thadeua Rd, Thaphalanxay Village Unit 01 House No:005 Sysatthanak District Vientiane Capital Laos