http://www.arilao.com
How to read Lao
To read Lao Saysettha OT font should be installed to your PCs Click HERE to download, unzip it then copy to C:\Windows\Fonts. Reload your browser. If you use IE go to Tools -> Internet Options -> General-> Fonts -> Language script -> Lao, Webpage font: Saysettha OT -> Ok. This website is best view at 1152 x 864 screen resoluntion.
ຂ່າວດີສຳຫຼັບສະມາຊິກ
ທາງທິມງານຂອງພວກເຮົາ ກຳລັງຈະເປີດບໍລິການ ເວບບ໊ລອກ ຟຣີສຳຫຼັບສະມາຊິກ ສາມາດເຂົ້າມາສ້າງເວບບ໊ລອກສ່ວນຕົວ ພວກເຮົາຈະເປີດໃຫ້ທຸກຄົນ ໄດ້ໃຊ້ ກ່ອນປີໃໝ່ສາກົນ 2009 ນີ້ ໃຫ້ທ່ານຕິດຕາມຕອນຕໍ່ໄປ
Monday 17 November 2008
ງານສະແດງເຮືອບີນຢູ່ລາວ
Posted by ອ້ອມ on 17 Nov : 22:15 in ຂ່າວກ່ຽວກັບລາວ
1.jpg ເມື່ອວັນທີ 17-11-2008 ທີ່ນະຄອນວຽງຈັນ
ສີບຕໍ່ຈາກງານມະນັດສະການພະທາດຫຼວາງ ທີ່ນະຄອນວຽງຈັນ ແລະງານວາງສະແດງສີນຄ້າຕະຫຼາດນັດສາກົນ ທີ່ສູນການຄ້າລາວໄອເຕັກ ເມື່ອເວລາປະມານ 3 ໂມງຕອນບ່າຍ ຜູ້ຄົນທີ່ນະຫຼວາງວຽງຈັນຕ່າງກໍ່ພາກັນຫຼັ່ງໄຫຼເຂົ້າໄປທີ່ບໍລິເວນສູນການຄ້າ ລາວໄອເຕັກແລະບໍລິເວນໄກ້ຄຽງແຖວນັ້ນ ຕ່າງຄົນກໍ່ເຜົ້າລໍດ້ວຍໃຈຈົດໃຈຈໍ່ ອັນເປັນເຫດໃຫ້ລົດທີ່ໃຊ້ເສັ້ນທາງແຖວນັ້ນຕິດກັນເປັນແຖວໆ ບັນດາຕຳຫຼວດຈໍລະຈອນທັງຫຼາຍກໍ່ຕ້ອງເມື່ອຍຢ່າງໃຫຍ່ ເພາະຄົນຫຼາຍເກີນໄປ ແລະບາງເສັ້ນທາງຍັງເກີດອຸບັດຕິເຫດອີກດ້ວຍ
ການສະແດງແມ່ນໃຊ້ເວລາປະມານ 30ນາທີ ແລະໄດ້ຮັບສຽງຕົບມືແລະໂຮຮ້ອງຊົມເຊີຍຢ່າງຖ້ວມ ລົ້ນ ເຮືອບີນດັ່ງກ່າວແມ່ນເລີ່ມຕົ້ນປ່ອຍຄວັນອອກເປັນຮູບທຸກຊາດອີນເດຍ ແລະເວີ່ນໄປມາດ້ວຍ ຫຼາຍຮູບແບບ ໂດຍມີຄັ້ງໜື່ງ ແມ່ນບີນເຂົ້າຫາກັນໃນລະດັບດຽວກັນ ເຮັດໃຫ້ຄົນເບີ່ງຕ້ອງຮ້ອງອອກມາຢ່າງແຮງເພາະຍ້ານ ເຮືອບີນດັ່ງກ່າວຕຳກັນ ນອກຈາກນັ້ນຍັງໄດ້ບີນຫງາຍທ້ອງຂື້ນຟ້າເປັນເວລາດົນສົມຄວນອັນເຮັດໃຫ້ທ່ານຜູ້ຊົມຕື່ນເຕັ້ນຢ່າງຫຼວງຫຼາຍ ຖ້າຫາກທ່ານສົນໃຈ ເບີ່ງຮູບເດັດໆ ທີ່ທິມງານພວກເຮົາຖ່າຍມາ ລອງເບີ່ງທີ່ http://www.laosabai.com/plugins/sgallery/gallery.php?view.16.1.1
ອອກຄວາມເຫັນ: 0
Go to page  [1] 2 3 ... 53 54 55
   
 

ລາວສະບາຍດອດຄອມ @ 2006 -2010 ບ່ອນທີ່ພົບຫຼາຍໆຢ່າງ
ຖະໜົນທ່າເດື່ອ ບ້ານທ່າພະລານໃຊ ໜ່ວຍ 01 ເຮື່ອນເລກທີ 005 ເມືອງສີສັດຕະນາກ ນະຄອນວຽງຈັນ
LaoSabai.com @ 2006-2010 Where you find many things
Thadeua Rd, Thaphalanxay Village Unit 01 House No:005 Sysatthanak District Vientiane Capital Laos