LaoSabai.com @ 2006-2008
 
www.laoproperty.net
www.laoproperty.net
Tuesday 12 August 2008
ນ້ຳຖ້ວມວຽງຈັນ
ນຳສະເໜີເມື່ອ Tuesday 12 August 2008 - 04:19:51 ໂດຍ ສີ  
donchan.png ເລີ່ມຕັ້ງແຕ່ມື້ວານນີ້ຕອນກາງຄືນ ວັນທີ 10 /08/08 ເວລາປະມານ 11 ໂມງ ນ້ຳຂອງໄດ້ເລີ່ມໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນທີ່ຢູ່ໄກ້ແຄມຂອງ ໃນນັ້ນບ່ອນທີ່ໜັກກ່ອນ
ໝູ່ແມ່ນເຂດເມືອງຫາດຊາຍຟອງແລະເມືອງສີໂຄດຕະບອງ ສ່ວນບ່ອນອື່ນໆ
ນ້ຳກໍ່ເລີ່ມໄຫຼເຂົ້າເຊັ່ນກັນ ໂດຍທົ່ວໄປແລ້ວປະຈຸບັນ ນະຄອນຫຼວາງວຽງຈັນກໍ່ແມ່ນ
ຕົກຢູ່ໃນສະຖານະການເຝົ້າລະວັງໄພ ສ່ວນບັນດາອ້າຍນ້ອງທະຫານຕຳຫຼວດແລະປະຊາຊົນ
ໄດ້ເລີ່ມປະຕິບັດການຕ້ານໄພນ້ຳຖ້ວມ ຢ່າງໜັກນ່ວງເພື່ອປ້ອງກັນບໍ່ໃຫ້ນ້ຳຂອງໄຫຼເຂົ້ານະຄອນວຽງຈັນ
ຈາກໄພນ້ຳຖ້ວມດັ່ງກ່າວ ຈະມີຜົນເສຍຫາຍຕາມມາຢ່າງຫຼວາງຫຼາຍແນ່ນອນ ເຊັ່ນພະຍາດແລະ
ໂລກທ້ອງລ່ວງ ໄຂ້ຍຸງ ແລະອື່ນໆ ແຕ່ຜົນທີ່ຕາມມາອີກແມ່ນເລື່ອກເຄື່ອງອຸປະໂພກ ບໍລິໂພກທັງຫຼາຍ ອາດຂາດແຄນແນ່ນອນ ດັ່ງນັ້ນປະຊາຊົນຕ້ອງອົດຢາກ,ຂາດອາຫານແລະອາດເຖິງຂັ້ນອົດຫິວກໍ່ເປັນໄປໄດ້ ປະຈຸບັນທາງທິມງານ ລາວສະບາຍດອດຄອມ ກໍ່ໄດ້ຊ່ວຍປະກອບສ່ວນຕ້ານໄພນ້ຳຖ້ວມ ໂດຍໄດ້ຂົນຖົງດີນຊາຍເພື່ອເຮັດຄູກັນນ້ຳຢູ່ເຂດສວນມອນແລະທ່າພະລານໃຊ,
ເຂດໂຮງແຮມແມ່ຂອງແລະບໍລິເວນໄກ້ຄຽງ ແລະອີກກິດຈະກຳໜື່ງພວກເຮົາຢາກໃຫ້ເພື່ອນໆຄົນລາວ ດ້ວຍກັນຊ່ວຍຕາມຄວາມສາມາດຂອງຕົນເອັງບໍ່ວ່າຈະເປັນດ້ານໃດກໍ່ດີ ບໍ່ວ່າຈະເປັນຢາປົວພະຍາດ ເຂົ້າປາອາຫານ ຫຼືເຮື່ອແຮງເພື່ອຊ່ວຍໃຫ້ຜູ້ປະສົບໄພນ້ຳຖ້ວມໃຫ້ປອດໃພ ດັ່ງນັ້ນ ທາງທິມງານ ພວກເຮົາ ລາວສະບາຍດອດຄອມຈື່ງຢາກເຊີນຊວນ ເພື່ອນໆ ຄົນລາວທັງພາຍໃນແລະຕ່າງປະເທດບໍລິຈາກວັດຖຸປັດໃຈ ເພື່ອນຳໄປແຈກຢາຍໃຫ້ກັບພີ່ນ້ອງລາວ ໂດຍສະເພາະແມ່ນປະຊາຊົນໃນເຂດນ້ຳຖ້ວມ ປະຈຸບັນນີ້ ໃນເຂດເມືອງທຸລະຄົມ ເມືອງໄຊທານີ ແລະເຂດເມືອງອື່ນໆແມ່ນປະສົບໄພນ້ຳຖ້ວມຢ່າງໜັກໜວ່ງ ເພື່ອເປັນການຊ່ວຍເຫຼືອ ພີ່ນ້ອງລາວທີ່ຖືກໄພນ້ຳຖ້ວມທ່ານສາດມາດ ບໍລິຈາກໄດ້ທີ່ ສູນຮັບບໍລິຈາກທີ່ໂຮງແຮມດອນຈັນພາເລດ

ເບີ່ງຮູບນ້ຳຖ້ວມທີ່ວຽງຈັນທີ່ນີ້

ອ່ານຫຼືອອກຄວາມເຫັນ0 create pdf of this news item email to someone printer friendly
Go to page  [1] 2 3 ... 39 40 41
www.arilao.com